ດອກບານເບັ່ງບານ, ເຊີນຊວນແຂກມາຢາມ ດ້ຽນບຽນ
ຫວູເລີ້ຍ - ນັກຂ່າວ VOV ປະຈຳເຂດຕາເວັນຕົກສ່ຽງເໜືອ. -  
(VOVWORLD) - ຈຸດເວລານີ້, ດອກບານ ກໍເລີ່ມເບັ່ງບານຕາມຖະໜົນສາຍຕ່າງໆ, ຢູ່ໃນປ່າແຫ່ງຕ່າງໆຂອງດິນແດນແຂວງ ດ້ຽນບຽນ ຄືດັ່ງຄຳເຊີນຊວນແຂກທ່ອງທ່ຽວມາຢາມ.
|
ດ້ຽນບຽນ ແມ່ນທ້ອງຖິ່ນເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ປີ 2024 ດ້ວຍການຈັດຫຼາຍເຫດການວັດທະນະທຳ, ທ່ອງທ່ຽວ, ກິລາໃນບໍລິເວນທົ່ວແຂວງ. ໃນນັ້ນ, ງານບຸນດອກບານ ທີ່ຈະໄດ້ຈັດຂຶ້ນໃນກາງເດືອນ ມີນາ ແມ່ນເຫດການວັດທະນະທຳປະຈຳປີ, ແນະນຳກ່ຽວກັບເຂດດິນແດນ ແລະ ປະຊາຊົນ ດ້ຽນບຽນ ເຖິງແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. (ພາບງານບຸນດອກບານ ປີ 2023). |
|
ຍັງອີກເກືອບ 1 ເດືອນ, ງານບຸນດອກບານ ແລະ ພິທີໄຂປີທ່ອງທ່ຽວແຫ່ງຊາດ - ແຂວງ ດ້ຽນບຽນປີ 2024 ຈຶ່ງຈະຈັດຂຶ້ນ. |
|
ຕາມຫຼາຍເສັ້ນທາງຫຼັກຢູ່ນະຄອນ ດ້ຽນບຽນຝູ, ເສັ້ນທາງຫຼວງ ເຊື່ອມຈອດກັບເມືອງຕ່າງໆ, ຢູ່ເປີ້ນພູ, ໃບຂອງຕົ້ນບານກໍເລີ່ມປ່ຽນເປັນສີເຫຼືອງ, ປ່ຽນແທນນັ້ນ ແມ່ນເລີ່ມຈໍ່ຍອດ ແລະ ບັນດາກີບດອກໄມ້ທີ່ເບັ່ງບານຂາວຈູ່ນພູ່ນ. |
|
ຢູ່ຕາມເສັ້ນທາງສາຍຫຼັກຕ່າງໆ - ບ່ອນທີດອກບານພາກັນເບັ່ງບານນັ້ນ, ມີເພື່ອນໜຸ່ມຫຼາຍຄົນໄດ້ເລືອກນຸ່ງຊຸດອາພອນງາມໆເພື່ອຖ່າຍຮູບ ແລະ ເກັບໄວ້ເປັນຄວາມຊົງຈຳທີ່ດີງາມໃນຍາມຕົ້ນລະດູບານໃໝ່. |
|
ບັນດາດອກບານຈູມທີ່ເບັ່ງບານ ແມ່ນສັນຍາລັກທີ່ສື່ໃຫ້ຮູ້ວ່າ ຍາມງານບຸນໃກ້ຈະມາເຖິງແລ້ວ ແລະ ສ້າງເປັນບັນຍາກາດທີ່ຄຶກຄື້ນມ່ວນຊື່ນຢູ່ເຂດດິນແດນ ດ້ຽນບຽນ. |
|
ແຕ່ລະກີບດອກໄມ້ທີ່ຂາວບາງແກວ່ງໄກວໄປຕາມສາຍລົມ ເໝືອນດັ່ງຄວາມອ່ອນຊ້ອຍຂອງບັນດາຍິງສາວເຂດພູສູງ ເຊີນຊວນແຂກທ່ອງທ່ຽວທັງໃກ້ ແລະ ໄກ ມາຫຼີ້ນບຸນ, ມາຢ້ຽມຢາມດິນແດນແຫ່ງດອກບານ. |
|
ດອກບານ ແມ່ນດອກໄມ້ທີ່ມີຄວາມງາມແບບລຽບງ່າຍຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຕິດພັນກັບຫຼາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດດິນແດນແຫ່ງນີ້. |
|
ດອກບານເລີ່ມເບັ່ງບານອວດສີຕ້ອນຮັບປີທ່ອງທ່ຽວແຫ່ງຊາດ - ແຂວງດ້ຽນບຽນ ປີ 2024. |
ຫວູເລີ້ຍ - ນັກຂ່າວ VOV ປະຈຳເຂດຕາເວັນຕົກສ່ຽງເໜືອ.